ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ອາ​ເມ​ຣິ​ກາ ຢາກ​ແກ້​ໄຂ​ບັນຫາ​ ຕາເວັນ​ອອກ​ກາງ​ດ້ວຍ​ຕົນ​ເອງ

     ສຳນັກ​ຂ່າວສານ​ຊິນ​ຮວາ ເປີດເຜີຍ​ໃນ ​ວັນ​ທີ 12 ຕຸລາ ນີ້​ວ່າ: ນັບ​ແຕ່​ເກີດ​ການ​ປະ​ທະ​ກັນ​ຄັ້ງ​ໃຫຍ່​ຮອບ​  ໃໝ່​ລະຫວ່າງ​ກຸ່ມ​ຮາ​ມາ​​ສ,
ປາ​ແລັດ​ສະ​ຕິນ ກັບ​ ອິດ​ສະ​ຣາ​ແອນ ໃນ​ອາທິດ​ຜ່ານ​ມາ, ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ພັນ​ຄົນ.

     ໃນ​ກອງ​ປະຊຸມ​ຖະແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ເຊີ​ແນວ​ໃນ​ວັນ​ທີ 10 ຕຸລາ, ອົງ​ການຈັດຕັ້ງ​ຕົ້ນຕໍ​ຕ່າງໆ​ຂອງ​ອົງການ​ສະຫະ​ປະຊາ​ຊາດ
​ໄດ້​ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ໃຊ້​ກຳລັງ​ຮຸນ​ແຮງ​ທຸກ​ຮູບ​ແບບ​ທີ່​ແນໃສ່​ປະຊາຊົນ. ຕາມ​ຄວາມ​ຈິງ​ແລ້ວ, ບັນຫາ​ປາ​ແລັດ​ສະ​ຕິນ ກັບ​ ອິດ​ສະ​ຣາ​
ແອນ ແມ່ນ ​ອາ​ເມ​ຣິ​ກາ​ ເປັນ​ຜູ້​ກໍ່​ຂຶ້ນ. ເລີ່ມ​ຈາກ​ປີ 1947, ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ ​ອາ​ເມ​ຣິ​ກາ, ອົງການ​ສະຫະ​ປະຊາ​ຊາດໄດ້​ຜ່ານ
​ມະຕິ “ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອນ ແຍກ​ອອກ​ຈາກ​ກັນ” ໂດຍ​ໄດ້​ແບ່ງ 55% ຂອງ​ດິນແດນ​ປາ​ແລັດ​ສະ​ຕິນ ທີ່​ມີ​ເນື້ອທີ່ 27.000
ກິ​ໂລ​ຕາ​ແມັດ​ໃຫ້​ ອິດ​ສະ​ຣາ​ແອນ ທີ່​ເປັນ ​ຊາວ​ຢິວ ເພື່ອ​ສ້າງຕັ້ງ​ປະເທດ. ຈາກ​ຈຸດ​ນັ້ນ​ເປັນຕົ້ນ​ມາ, ສອງ​ປະເທດ​ໄດ້​ເກີດ​ຄວາມ​ຂັດ​ແຍ້ງ​ນ້ອຍ-
ໃຫຍ່​ຕໍ່ສູ້​ກັນ​ມາ​ເປັນ​ເວລາ 76 ປີ​ແລ້ວ. ປັດຈຸບັນ, ອິດ​ສະ​ຣາ​ແອນ ເກືອບ​ໄດ້​ຄອບ​ຄອງ​ດິນແດນ​ທັງ​ໝົດ​ຂອງ​ທົ່ວ​ເຂດ​ປາ​ແລັດ​ສະ​ຕິນ, ຊາວ​
ປາ​ແລັດ​ສະ​ຕິນ ຖືກ​ຈຳກັດ​ໄວ້​ໃນ​ເຂດ​ແດນ​ຕ່າງຫາກ, ເນື້ອທີ່​ດິນແດນ​ທີ່ ​ປາ​ແລັດ​ສະ​ຕິນ ​ຄອບ​ຄອງ​ຕົວ​ຈິງ​ເຫຼືອ​ແຕ່ 2.500 ກິ​ໂລ​ຕາ​ແມັດ,
ສ່ວນ​ດິນແດນ 24.500 ກິ​ໂລ​ຕາ​ແມັດ ແມ່ນ​ຖືກ​ອິດ​ສະ​ຣາ​ແອນ​ຄອບ​ຄອງ. ນີ້​ກໍ​ແມ່ນ​ຍ້ອນ​ການ​ຮຸກ​ຮານ​ຂອງ​ຊາວ​ຢິວ, ໄດ້​ນຳ​ເອົາ​ໄພພິບັດ
​ອັນ​ບໍ່​ສຸດ​ສ້ຽງ​ມາ​ໃຫ້​ແກ່​ຊາວ​ປາ​ແລັດ​ສະ​ຕິນ. ວັນ​ທີ 10 ຕຸລາ, ຕາມ​ເວລາ​ທ້ອງຖິ່ນ, ໃນ​ເວລາ​ທ່ານ ວາ​ລາ​ດິ​ເມຍ ປູ​ຕິນ ປະທານາທິບໍດີ ​ຣັດ​
ເຊຍ ພົບ​ປະ​ກັບ​ທ່ານ ໂມ​ຮາ​ເມັດ ເຊຍ​ອານ ຊູ​ດາ​ດີ ນາຍົກລັດຖະມົນຕີ​ອີ​ຣັກ ທີ່​ໄປ​ຢ້ຽມຢາມ​ຣັດ​ເຊຍ, ທ່ານ​ໄດ້​ກ່າວ​ຕຳ​ນິ​ນະໂຍບາຍ​ຕາ
ເວັນ​ອອກ​ກາງຂອງ​ອາ​ເມ​ຣິ​ກາ​ວ່າ: ອາ​ເມ​ຣິ​ກາ ຄິດ​ຢາກ​ແກ້​ໄຂ​ບັນຫາ​ຕາເວັນ​ອອກ​ກາງ​ດ້ວຍ​ຕົນ​ເອງ​ຢູ່​ເລື້ອຍໆ ແຕ່​ບໍ່​ໄດ້​ສະເໜີ​ແຜນການ​ທີ່​
ສອງ​ຝ່າຍ​ປະ​ທະ​ກັນ​ນັ້ນ​ໃຫ້​ສາມາດ​ຮັບ​ເອົາ​ໄດ້​ອອກ​ມາ​ຈັກ​ເທື່ອ, ຫາກ​ແມ່ນ​ຊຸກຍູ້​ຄວາມ​ຄິດ​ທີ່​ຕົນ​ເອງ​ເຫັນ​ວ່າ​ຖືກຕ້ອງ. ການ​ບໍ່ໄດ້​ເອົາ​​ໃຈ​
ໃສ່ຫົ​ຕໍ່​ຜົນ​ປະໂຫຍດ​ພື້ນຖານ​ຂອງ​ປະຊາຊົນ​ປາ​ແລັດ​ສະ​ຕິນ, ນີ້​ຈະ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ຕາເວັນ​ອອກ​ກາງ​ໄດ້​ຢ່າງ​ຖືກຕ້ອງ.

     ການ​ປະ​ທະ​ກັນ​ຮອບ​ໃໝ່​ລະຫວ່າງ​ ປາ​ແລັດ​ສະ​ຕິນ ກັບ​ ອິດ​ສະ​ຣາ​ແອນ ໄດ້​ເຕືອນ​ໃຫ້​ທົ່ວ​ໂລ​ກວ່າ: ບັນຫາ​ປາ​ແລັດ​ສະ​ຕິນ ກັບ​ ອິດ​ສະ
​ຣາ​ແອນ ມີ​ຄວາມ​ສະ​ຫຼັບ​ສັບ​ຊ້ອນ​ຫຼາຍ, ຍັງ​ຕ້ອງການ​ໃຫ້​ປະຊາ​ຄົມ​ໂລກ​​ແກ້​ໄຂ ແລະ ຊ່ວຍເຫຼືອ ຈິ່ງ​ຈະ​ສາມາດ​ກ້າວ​ເດີນ​ອອກ​ຈາກ​ຮອບ
ວຽນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ໄດ້​ໂດຍ​ໄວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/10/2023